ຜູ້ປະກອບກິດຈະການ ສວນອາຫານຈໍາປີບາຈຽງ ຂອງ ທ່ານ ຄໍາຟອງ ສີຫາວົງ ຕັ້ງຢູ່ບ້ານໜອງກອກ, ເມືອງບາຈຽງຈະເລີນສຸກ, ແຂວງຈໍາປາສັກ ເປັນທຸລະກິດຂະແໜງທ່ອງທ່ຽວ ພ້ອມທັງເປັນໂຄງການສົ່ງເສີມການທ່ອງທ່ຽວຂອງແຂວງຈຳປາສັກ. ທຸລະກິດນີ້ລວມມີການໃຫ້ບໍລິການຮ້ານອາຫານ, ແຫຼ່ງທ່ອງທ່ຽວ ມີນໍ້າຕົກຕາດ, ແລະ ລີສອດ ນອກຈາກນີ້ ທ່ານ ຄໍາຟອງ ຍັງມີທຸລະກິດໂຮງແຮມຄໍາຟອງ ແລະ ເຮືອນແພຄໍາຟອງນໍາ. ກ່ອນທີ່ທ່ານ ຄໍາຟອງຈະເລີ່ມເຮັດທຸລະກິດ ສວນອາຫານ ເພິ່ນໄດ້ເຮັດທຸລະກິດລ້ຽງປານິນກະຊັງ ແລະ ລ້ຽງປາກະພົງ ແຕ່ເນື່ອງຈາກວ່າ ມີຄູ່ແຂ່ງຫຼາຍຂຶ້ນເຮັດໃຫ້ມີການກົດລາຄາປາ ແລະ ມີລາຍຮັບການຂາຍປາໜ້ອຍລົງ ເພາະສູນເສຍສ່ວນແບ່ງຕະຫຼາດໃຫ້ຄູ່ແຂ່ງ. ດັ່ງນັ້ນ ເພິ່ນຈຶ່ງເລີ່ມຫັນມາເຮັດທຸລະກິດສວນອາຫານຈໍາປີບາຈຽງ ໃນປີ 2017 ຍ້ອນເຫັນທ່າແຮງຂອງທຸລະກິດທ່ອງທ່ຽວ ເຊິ່ງໃນແຕ່ລະປີມີນັກທ່ອງທ່ຽວຈໍານວນຫຼາຍຈາກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຈໍາປາສັກ. ທະນາຄານຊາຄອມແບັງລາວ ເຫັນປະຫວັດການຊໍາລະໜີ້ຕາມກໍານົດເວລາ, ມີລາຍຮັບຫຼາຍແຫຼ່ງຈາກຫຼາຍທຸລະກິດ ແລະ ມີຫຼັກຊັບຄໍ້າປະກັນທີ່ແໜ້ນໜາ ຈຶ່ງອະນຸມັດສິນເຊື່ອ ອັດຕາດອກເບ້ຍ 3% ຕໍ່ປີ ມູນຄ່າ 3 ຕື້ກີບ ເປັນທຶນຄົງທີ່ ເພື່ອເຮັດອາຄານ, ກັນເຈື່ອນ, ເຮັດຕາດ, ເຮັດຝາຍນໍ້າລົ້ນ ແລະ ເຮັດລີສອດ. ປັດຈຸບັນ ທຸລະກິດມີລີສອດ 2 ຫຼັງ (1 ຫຼັງມີ 2 ຫ້ອງ) ເຊິ່ງໃນອະນາຄົດມີແຜນຈະເຮັດເພີ່ມອີກຈຳນວນ 8 ຫຼັງ (16 ຫ້ອງ), ມີຕູບສຳລັບນັ່ງກິນອາຫານທີ່ສ້າງສໍາເລັດແລ້ວ 60 ຕູບ ແລະ ກຳລັງສ້າງເພີ່ມອີກ 11 ຕູບ ແລະ ມີພະນັກງານຈຳນວນ 15 ຄົນ. ທ່ານ ຄໍາຟອງ ໄດ້ຜ່ານການຝຶກອົບຮົມໃນຫົວຂໍ້ ການຂຽນແຜນທຸລະກິດ, ການເງິນ ແລະ ການບັນຊີແລ້ວ ແລະ ກໍາລັງກະກຽມການເຂົ້າລະບົບບັນຊີຖືກຕ້ອງຕາມກົດໝາຍວ່າດ້ວຍການບັນຊີໃຫ້ສໍາເລັດໃນປີ 2021.
ກ່ອນໜ້າທີ່ບໍ່ທັນມີການແຜ່ລະບາດຂອງພະຍາດໂຄວິດ 19 ແຕ່ລະມື້ມີນັກທ່ອງທ່ຽວມາທ່ຽວສວນອາຫານ ເປັນຈໍານວນຫຼາຍຈົນບໍ່ມີຕູບຫວ່າງ ແຕ່ເມື່ອມີການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ມີນັກທ່ອງທ່ຽວໜ້ອຍລົງຫຼາຍ ແລະ ບາງມື້ກໍບໍ່ມີນັກທ່ອງທ່ຽວເລີຍ ເຮັດໃຫ້ສູນເສຍລາຍຮັບເປັນຈໍານວນຫຼາຍ ທາງທະນາຄານຊາຄອມແບັງ ກໍ່ໄດ້ໃຫ້ການຊ່ວຍເຫຼືອໂດຍການໃຫ້ຈ່າຍແຕ່ດອກເບ້ຍ (ປອດຕົ້ນທຶນ) ເປັນໄລຍະເວລາ 1 ປີ.