ວິສາຫະກິດສ່ວນບຸກຄົນລ້ຽງປາກະຊັງ ຂອງ ທ່ານ ຄຳພູນ ແສງປະທີບ ຕັ້ງຢູ່ບ້ານໂນນສະຫວ່າງ, ເມືອງປາກເຊ, ແຂວງຈຳປາສັກ ດຳເນີນທຸລະກິດລ້ຽງປາກະຊັງຢູ່ແຄມນ້ຳຂອງ, ເລີ່ມດຳເນີນທຸລະກິດແຕ່ປີ 2006 ໂດຍມີກະຊັງລ້ຽງປາພຽງແຕ່ 10 ກະຊັງ ຕໍ່ມາເມື່ອທ່ານ ຄຳພູນ ເຫັນວ່າທຸລະກິດຂອງຕົນມີທ່າກ້າວ ສະນັ້ນຈຶ່ງມີແຜນຢາກຂະຫຍາຍທຸລະກິດ ໂດຍໄດ້ກູ້ຢືມເງິນນຳທະນາຄານພັດທະນາລາວ ບ້ວງເງິນ 32 ຕື້ກີບ ໃນປີ 2016 ຈຳນວນ 1,5 ຕື້ກີບ ເພື່ອເປັນທຶນຄົງທີ່ ແລະ ທຶນໝູນວຽນ ເຮັດໃຫ້ທຸລະກິດຂອງທ່ານ ຄຳພູນ ມີການຂະຫຍາຍຕົວເພີ່ມຂຶ້ນ ແລະ ມີລາຍຮັບເພີ່ມຂຶ້ນ ຈົນເຖິງມີຄວາມສາມາດໃນການປິດໜີ້ນຳທະນາຄານ. ເມື່ອທ່ານ ຄຳພູນ ເຫັນການໂຄສະນາເຜີຍແຜ່ບ້ວງເງິນກູ້ດອກເບ້ຍ 3% ຕໍ່ປີ ເພິ່ນກໍ່ມີຄວາມສົນໃຈ ແລະ ຢາກເຂົ້າເຖິງເງິນກູ້ບ້ວງນີ້ເພື່ອຂະຫຍາຍທຸລະກິດ ຍ້ອນທ່ານ ຄຳພູນ ເປັນລູກຄ້າຊັ້ນດີຂອງທະນາຄານພັດທະນາລາວ ຊໍາລະໜີ້ຕົງເວລາທຸກຄັ້ງ ຈຶ່ງສາມາດໄດ້ຮັບສິນເຊື່ອບ້ວງນີ້ໄດ້ ຈຳນວນ 2 ຕື້ກີບ ເປັນທຶນໝູນວຽນໃນການຂະຫຍາຍກະຊັງປາ, ສ້ອມແປງກະຊັງເກົ່າ, ຊື້ລູກປາ ແລະ ຫົວອາຫານ. ເຖິງວ່າ ທ່ານ ຄຳພູນ ຍັງບໍ່ທັນໄດ້ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີກໍ່ຕາມ ແຕ່ທາງທະນາຄານກໍ່ໄດ້ເຮັດສັນຍາ ໃຫ້ເວລາ 1 ປີ ໃນການເຂົ້າລະບົບບັນຊີໃຫ້ຖືກຕ້ອງຕາມລະບຽບ ເຊິ່ງທາງລູກຄ້າເອງກໍ່ໄດ້ກຽມຄວາມພ້ອມໃນການເລີ່ມສຶກສາລະບົບ, ເກັບບິນ, ແລະ ລົງບັນຊີ. ຫຼັງຈາກໄດ້ຮັບເງິນກູ້ 2 ຕື້ກີບ ຈາກທະນາຄານພັດທະນາລາວ ເຮັດໃຫ້ທຸລະກິດຂອງທ່ານ ຄຳພູນ ມີກະຊັງລ້ຽງປາ 140 ກະຊັງ (ເພີ່ມຂຶ້ນ 40 ກະຊັງ), ພະນັກງານທັງໝົດ 18 ຄົນ (ຈ້າງງານເພີ່ມຂຶ້ນ 6 ຄົນ), ສາມາດຂາຍປາໄດ້ 850 ກິໂລ ຕໍ່ມື້ ແລະ ມີລາຍຮັບ 3 ຕື້ກີບ ຕໍ່ປີ.
ທ່ານ ຄຳພູນ ໄດ້ເລົ່າໃຫ້ຟັງວ່າ ກ່ອນທີ່ທຸລະກິດຂອງທ່ານຈະປະສົບຜົນສຳເລັດໄດ້ທຸກມື້ນີ້ ເພິ່ນໄດ້ພົບສິ່ງທ້າທາຍຫຼາຍຢ່າງ ບໍ່ວ່າຈະເປັນແຮງກົດດັນຈາກຄູ່ແຂງເພີ່ມຂຶ້ນ, ໄພພິບັດນ້ຳຖ້ວມ ແລະ ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງເພິ່ນກໍ່ໄດ້ໃຊ້ຫົວຄິດປະດິດສ້າງເຮັດໃຫ້ສາມາດຜ່ານຜ່າຂໍ້ຫຍຸ້ງຍາກຕ່າງໆໄປໄດ້. ໃນຊ່ວງໄພນ້ຳຖ້ວມ ທ່ານ ຄຳພູນ ໄດ້ແປຮູບປານິນ ເປັນປາແດກ, ແລະ ຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ໂຮງແຮມ, ຮ້ານອາຫານຍົກເລີກການສັ່ງຊື້ປາ ເຊິ່ງເພິ່ນໄດ້ແກ້ບັນຫາດ້ວຍການຂົນປາໃສ່ລົດໄປເລາະຂາຍດ້ວຍຕົວເອງໃຫ້ກັບປະຊາຊົນແຕ່ລະບ້ານ ເຊິ່ງໄດ້ຮັບຜົນຕອບຮັບທີ່ດີສົມຄວນ.