ໃນລະຫວ່າງວັນທີ 26 ຕຸລາ ຫາ 3 ພະຈິກ 2019 ສະມາຄົມຫັດຖະກໍາລາວ ໄດ້ຈັດງານ ມະຫາກໍາສີມືຫັດຖະກຳລາວ ຄັ້ງທີ 18 ປະຈຳປີ 2019 ທີ່ ສູນການຄ້າໄອເຕັກ ນະຄອນຫລວງວຽງຈັນ. ໃນງານດັ່ງກ່າວມີຜູ້ປະກອບກິດຈະການທີ່ນອນໃນຂະແໜງຫັດຖະກໍາເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ປະມານ 200 ຫົວໜ່ວຍ. ນອກຈາກ ການວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ແລ້ວ ຍັງມີກິດຈະກໍາອື່ນໆທີ່ຫຼາກຫຼາຍ ເຊັ່ນ: ການສາທິດຂັ້ນຕອນການຜະລິດ, ສຳມະນາ ໃຫ້ຄວາມຮູ້ດ້ານການຕະຫຼາດ ການອອກແບບ ການຫຸ້ມຫໍ່ຜະລິດຕະພັນ ກ່ຽວກັບ ຫັດຖະກຳລາວ, ການສະແດງເດີນແບບຊຸດເສື້ອຜ້າອາພອນບັນດາເຜົ່າຂອງລາວ, ແລະ ປະກວດແຂ່ງຂັນຫັດຖະກຳລາວດີເດັ່ນ ປະຈຳປີ 2019. ໃນບັນດາກິດຈະກໍາເຫຼົ່ານັ້ນ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ໄດ້ໃຫ້ທຶນສະໜັບສະໜູນກິດຈະກຳສາທິດ ຂັ້ນຕອນການຜະລິດສິນຄ້າຫັດຖະກຳ ເພື່ອຊ່ວຍໃຫ້ຊາວຊ່າງຫັດຖະກຳທີ່ມາຈາກ 10 ແຂວງ (ແຂວງລະ 02 ທ່ານ) ໄດ້ມີໂອກາດເຂົ້າຮ່ວມງານໃນຄັ້ງນີ້ ແລະ ເຮັດການສາທິດ ຂັ້ນຕອນການຜະລິດສິນຄ້າຫັດຖະກໍາ ທີ່ມີທ່າແຮງຂອງແຂວງຕົນ. ນອກຈາກ ການສາທິດຂັ້ນຕອນການຜະລິດສິນຄ້າຫັດຖະກຳແລ້ວ ຊາວຊ່າງຫັດຖະກຳທີ່ໄດ້ຮັບທຶນມາຮ່ວມງານ ຍັງໄດ້ໂຄສະນາປະຊາສຳພັນ ເປີດຊ່ອງທາງເຂົ້າເຖິງຕະຫຼາດ ໃຫ້ແກ່ຜະລິດຕະພັນຂອງພວກເຂົາ. ພ້ອມດຽວກັນນັ້ນ ພວກເຂົາຍັງໃຫ້ຄວາມຮູ້ແກ່ຜູ້ເຂົ້າຊົມງານ ບໍ່ວ່າຈະເປັນຫຼານນ້ອຍເຍົາວະຊົນ, ນັກຮຽນ, ນັກສຶກສາ ເພື່ອປູກຈິດສຳນຶກໃນການຮັກຫອມ ແລະ ສືບທອດມູນມໍລະດົກ ສີໄມ້ລາຍມືຂອງຊາວຊ່າງຫັດຖະກຳພື້ນເມືອງລາວ ຈາກຊົນເຜົ່າຕ່າງໆ. ທສວ ໄດ້ໃຫ້ທຶນສະໜັບສະໜູນກິດຈະກໍາດັ່ງກ່າວ ມາແລ້ວ 6 ຄັ້ງ ນັບແຕ່ປີ 2012 ເປັນຕົ້ນມາ ແລະ ໃນຄັ້ງນີ້ ກໍ່ເປັນການໃຫ້ທຶນສະໜັບສະໜູນຄັ້ງທີ 7.
ນອກຈາກ ເຮັດໜ້າທີ່ເປັນໃຈກາງໃນການດັດສົມທຶນຊຸກຍູ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຮູບແບບສິນເຊື່ອ ຜ່ານທະນາຄານທຸລະກິດ ແລ້ວ ທສວ ຍັງໃຫ້ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານໂຄງການວິຊາການ ທີ່ເປີດໂອກາດໃຫ້ໜ່ວຍງານລັດທັງສູນກາງ ແລະ ທ້ອງຖິ່ນ ທີ່ເຮັດໜ້າທີ່ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມທຸລະກິດ ແລະ ຜູ້ປະກອບກິດຈະການ ຍື່ນສະເໜີຂໍທຶນສະໜັບສະໜູນໂຄງການຕ່າງໆທີ່ສອດຄ່ອງກັບກົດໝາຍສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ການ ແລະ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020.