ປັດຈຸບັນ ຍັງມີຈຸນລະວິສາຫະກິດຈໍານວນຫຼາຍທີ່ດຳເນີນທຸລະກິດໃນຫຼາກຫຼາຍຂະແໜງການ ທີ່ເປັນອົງປະກອບສຳຄັນຂອງລະບົບເສດຖະກິດຂອງ ສປປ ລາວ ແລະ ກວມອັດຕາສ່ວນຫຼາຍ ຍັງບໍ່ສາມາດເຂົ້າເຖິງແຫຼ່ງທຶນຂອງທະນາຄານທຸລະກິດ ເນື່ອງຈາກວ່າ ມີເງື່ອນໄຂບໍ່ຄົບຖ້ວນ ເຮັດໃຫ້ຈຸນລະວິສາຫະກິດທີ່ພົບຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ ຍ້ອນຂາດສະພາບຄ່ອງ ຕ້ອງຫັນໄປຫາແຫຼ່ງທຶນຈາກສະຖາບັນການເງິນຈຸລະພາກ ທີ່ມີເກືອບ 200 ແຫ່ງ ທົ່ວປະເທດ ເຖິງວ່າຈະຕ້ອງໄດ້ອັດຕາດອກເບ້ຍສູງກວ່າດອກເບ້ຍເງິນກູ້ຂອງທະນາຄານເກືອບ 4 ເທົ່າກໍ່ຕາມ. ໂດຍເລັງເຫັນຂໍ້ຈຳກັດດັ່ງກ່າວຂອງຈຸນລະວິສາຫະກິດ, ທສວ ຈຶ່ງໄດ້ຈັດຈ້າງຊ່ຽວຊານອາວຸໂສມາຊ່ວຍຄົ້ນຄວ້າ ອອກແບບ ໂຄງການສະໜອງສິນເຊື່ອຈຸນລະວິສາຫະກິດ ຜ່ານສະຖາບັນການເງິນຈຸລະພາກ ເພື່ອແນໃສ່ເພີ່ມຂີດຄວາມສາມາດແຂ່ງຂັນໃຫ້ຈຸນລະວິສາຫະກິດ ຫຼື ກຸ່ມຜູ້ຜະລິດ ໂດຍສະໜອງສິນເຊື່ອ (ທຶນຄົງທີ່ ແລະ ທຶນໝູນວຽນ) ໃນອັດຕາດອກເບ້ຍ ແລະ ໄລຍະເວລາປ່ອຍກູ້ທີ່ເໝາະສົມ ພ້ອມທັງ ສະໜອງທຶນຊ່ວຍເຫຼືອທາງດ້ານວິຊາການເພື່ອສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບກິດຈະການ ໄປພ້ອມໆກັນ. ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວສາມາດຈັດຕັ້ງປະຕິບັດໄດ້ໃນຕົວຈິງ ແລະ ມີປະສິດທິຜົນ ທສວ ຈຶ່ງໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນ ຄັ້ງທີ 2 ຂຶ້ນ ໃນວັນທີ 09 ຕຸລາ 2020 ໂດຍເຊີນຜູ້ທີ່ຮູ້ ແລະ ມີປະສົບການຕົວຈິງກ່ຽວກັບການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດ ຊຶ່ງປະກອບດ້ວຍ 09 ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ແລະ ບໍ່ຮັບເງິນຝາກ, ກົມຄຸ້ມຄອງສະຖາບັນການເງິນ, ກົມບໍລິການທະນາຄານ ທະນາຄານແຫ່ງ ສປປ ລາວ ພ້ອມກັນນັ້ນ ກໍ່ມີຜູ້ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສູນບໍລິການ SME), ສະມາຄົມການເງິນຈຸລະພາກ, ສະມາຄົມ SME ລາວ ແລະ ເຄືອຂ່າຍຊາວກະສິກອນລາວ (Lao Farmer Network) ເຂົ້າຮ່ວມ ລວມທັງໝົດ 19 ທ່ານ.
ຈຸດປະສົງຫຼັກຂອງກອງປະຊຸມແມ່ນ ເພື່ອເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມປະກອບຄຳເຫັນຕໍ່ຮ່າງ ໂຄງການສິນເຊື່ອຈຸນລະວິສາຫະກິດ ສະບັບປັບປຸງ ເພື່ອຮັບປະກັນໃຫ້ວິທີການ ແລະ ເງື່ອນໄຂການສະໜອງສິນເຊື່ອຈຸນລະວິສາຫະກິດສອດຄ່ອງກັບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການນໍາສະເໜີ ກ່ຽວກັບ ເງື່ອນໄຂການສະໜອງທຶນ ລະຫວ່າງ ທສວ ແລະ ສະຖາບັນການເງິນຈຸລະພາກ, ເງື່ອນໄຂຂອງ ສະຖາບັນການເງິນຈຸລະພາກ ທີ່ເຂົ້າຮ່ວມໂຄງການ, ແລະ ເງື່ອນໄຂການປ່ອຍກູ້ ລະຫວ່າງ ສະຖາບັນການເງິນຈຸລະພາກ ແລະ ຈຸນລະວິສາຫະກິດ. ໂຄງການດັ່ງກ່າວ ເປັນຜະລິດຕະພັນດ້ານສິນເຊື່ອໃໝ່ ທີ່ຈະນໍາໃຊ້ທຶນສະສົມຂອງ ທສວ ຈຳນວນ 2,16 ຕື້ກີບ ສະໜອງໃຫ້ 04 ສະຖາບັນການເງິນຈຸລະພາກ (02 ສະຖາບັນທີ່ຮັບເງິນຝາກ ແລະ 02 ສະຖາບັນທີ່ບໍ່ຮັບເງິນຝາກ) ທີ່ສົນໃຈເຂົ້າຮ່ວມໂຄງການ ແລະ ຄົບຕາມເງື່ອນໄຂຂອງ ທສວ ໃນໄລຍະ 6 ປີ. ໂຄງການນີ້ ຈະຊ່ວຍຫຼຸດຕົ້ນທຶນດ້ານການເງິນ ແລະ ການດໍາເນີນງານຂອງສະຖາບັນການເງິນຈຸລະພາກ ໂດຍການສະໜອງແຫຼ່ງທຶນໄລຍະຍາວທີ່ມີຕົ້ນທຶນຕໍ່າໃຫ້ສະຖາບັນການເງິນຈຸລະພາກ ແລະ ໃຫ້ທຶນແກ່ສະຖາບັນການເງິນຈຸລະພາກເພື່ອນໍາໄປ ຊ່ວຍເຫຼືອດ້ານວິຊາການແກ່ຈຸນລະວິສາຫະກິດ ແລະ ຜູ້ຜະລິດຂະໜາດນ້ອຍ ໃນດ້ານຕ່າງໆທີ່ເຫັນວ່າມີຄວາມຈຳເປັນ ເພື່ອໃຫ້ສາມາດປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດໃນອັດຕາດອກເບ້ຍທີ່ຕໍ່າ ແລະ ໄລຍະເວລາກູ້ຢືມທີ່ເໝາະສົມ. ໂຄງການສິນເຊື່ອຈຸນລະວິສາຫະກິດ ຈະສາມາດເລີ່ມທົດລອງຈັດຕັ້ງປະຕິບັດ ພາຍຫຼັງທີ່ສະພາບໍລິຫານ ທສວ ຮັບຮອງເອົາ.