ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກັນກ່ຽວກັບວຽກງານສົ່ງເສີມ SME ໃນທ້າຍສະໄໝຂອງແຜນພັດທະນາ SME ໂດຍລວມ ແລະ ຫຼັກການເຂົ້າຫາແຫຼ່ງທຶນຂອງກອງທຶນສົ່ງເສີມ SME, ກະຊວງ ອຸດສາຫະກຳ ແລະ ການຄ້າ ທີ່ເປັນເຈົ້າການໂດຍ ກົມສົ່ງເສີມ SME ໄດ້ຈັດກອງປະຊຸມທາງໄກ ຮ່ວມກັບຄະນະກຳມະການສົ່ງເສີມ SME 17 ແຂວງ ແລະ ນະຄອນຫລວງວຽງຈັນ ໃນຫົວຂໍ້ “ວຽກງານສົ່ງເສີມ SME ແລະ ການເຂົ້າຫາແຫຼ່ງທຶນຂອງ SME” ໃນຕອນເຊົ້າຂອງວັນທີ 24 ກັນຍາ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນ ປະທານສະພາບໍລິຫານກອງທຶນສົ່ງເສີມ SME. ຄະນະກຳມະການສົ່ງເສີມ SME ແຂວງ ແລະ ນະຄອນຫລວງ ເຂົ້າຮ່ວມທັງໝົດ 450 ທ່ານ ຊຶ່ງບາງແຂວງກໍນຳພາໂດຍ ທ່ານເຈົ້າແຂວງ ແລະ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ບາງແຂວງກໍນຳພາໂດຍ ທ່ານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ/ນະຄອນຫລວງ. ສ່ວນຢູ່ຂັ້ນສູນກາງ ກໍມີຜູ້ຕາງໜ້າຈາກ ສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ທະນາຄານແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ 04 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຂອງກອງທຶນສົ່ງເສີມ SME ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມທາງໄກຄັ້ງນີ້ ແມ່ນເພື່ອທົບທວນຄືນວຽກງານສົ່ງເສີມ SME ໃນທ້າຍສະໄໝຂອງແຜນພັດທະນາ SME 2016-2020 ແຫ່ງຊາດ ແລະ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບກັນ ກ່ຽວກັບ ຫຼັກການເຂົ້າຫາແຫຼ່ງທຶນຂອງກອງທຶນສົ່ງເສີມ SME. ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງຜັນຂະຫຍາຍ 07 ຂົງເຂດນະໂຍບາຍສົ່ງເສີມ SME ແລະ ບາງໜ້າວຽກຈຸດສູມຂອງແຜນພັດທະນາ SME 2021-2025 ໂດຍທ່ານຫົວໜ້າກົມສົ່ງເສີມ SME. ພ້ອມນັ້ນ, ກໍໄດ້ຮັບຟັງການນໍາສະ ເໜີ ກ່ຽວກັບ ກອງທຶນສົ່ງເສີມ SME ແລະ ຫລັກການເຂົ້າຫາແຫລ່ງທຶນຂອງກອງທຶນດັ່ງກ່າວ ໂດຍທ່ານຜູ້ອຳນວຍການກອງທຶນ. ຫລັງຈາກນັ້ນ ຫົວໜ້າຄະນະຂອງແຕ່ລະແຂວງກໍໄດ້ລາຍງານຫຍໍ້ ກ່ຽວກັບ ສະພາບການສົ່ງເສີມ SME ຢູ່ແຂວງຂອງຕົນ ໂດຍສ່ວນໃຫຍ່ແມ່ນສະເໜີຂໍການຊ່ວຍເຫລືອດ້ານວິຊາການເຂົ້າໃນການກະກຽມສ້າງແຜນພັດທະນາ SME ສະບັບ 5 ປີຕໍ່ໜ້າຂອງແຂວງ ພ້ອມນັ້ນ ກໍສະເໜີໃຫ້ມີການສຶບຕໍ່ສ້າງຄວາມເຂັ້ມແຂງໃຫ້ SME ຢູ່ບັນດາແຂວງ ໃຫ້ເຂົ້າໃຈກ່ຽວກັບຫລັກການເຂົ້າຫາແຫລ່ງທຶນຂອງກອງທຶນສົ່ງເສີມ SME ແລະ ການວາງແຜນທຸລະກິດ ເພື່ອສ້າງຄວາມພ້ອມໃຫ້ SME ສາມາດເຂົ້າຫາແຫລ່ງທຶນດອກເບ້ຍຕໍ່າຂອງກອງທຶນສົ່ງເສີມ SME ໄດ້. ສຳຄັນ ບັນດາແຂວງຕ້ອງການໃຫ້ມີການຊ່ວຍເຫລືອຍົກລະດັບທຸລະກິດຢູ່ຂັ້ນທ້ອງຖິ່ນ ທີ່ສ່ວນຫລວງຫລາຍແມ່ນ ຈຸນລະວິສາຫະກິດ ຫລື ທຸລະກິດຄອບຄົວ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີການແລກປ່ຽນຂໍ້ມູນຂ່າວສານ ແລະ ຂໍ້ຄິດເຫັນ ຢ່າງກົງໄປກົງມາ.