ການສໍາມະນາ ກ່ຽວກັບການບໍລິຫານຍອດເງິນກູ້ ບົດຮຽນຈາກຫຼັກການປະຕິບັດສາກົນ ພາຍໃຕ້ໂຄງການ MSME A2F-ESR
a2f msme-a2f-esr
- Posted by: admin
- October 22 2022
ໃນວັນທີ 22 ຕຸລາ 2022 ທີ່ ນະຄອນຫຼວງວຽງຈັນ, ໂຄງການເຂົ້າເຖິງແຫຼ່ງທຶນຂອງ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ ຫຼື MSME) ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR), ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດສໍາມະນາ ໃນຫົວຂໍ້ “ການບໍລິຫານຍອດເງິນກູ້ ແລະ ບົດຮຽນທີ່ດີຈາກການຈັດຕັ້ງປະຕິບັດຂອງສາກົນ’’ ໃຫ້ 05 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ຫຼ່ຽມຜີ, ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ດໍາເນີນການສໍາມະນາໂດຍ ຊ່ຽວຊານຈາກ ບໍລິສັດທີ່ປືກສາ AFC, ພ້ອມດ້ວຍຜູ້ເຂົ້າຮ່ວມທັງໝົດ ຈໍານວນ 37 ທ່ານ.
ການຈັດສໍາມະນາໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມອາດສາມາດ ແລະ ຄວາມເຂັ້ມແຂງ ໃຫ້ແກ່ ພະນັກງານ ຈາກບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການບໍລິຫານຄວາມສ່ຽງ, ຫຼັກການພື້ນຖານກ່ຽວກັບການບໍລິຫານຍອດເງິນກູ້ ເພື່ອສາມາດນໍາເອົາຄວາມຮູ້ດັ່ງກ່າວໄປໝູນໃຊ້ເຂົ້າໃນການວາງແຜນ ແລະ ກໍານົດຍຸດທະສາດ ຂອງບັນດາທະນາຄານດັ່ງກ່າວ ໃນການຮັບມືກັບຜົນກະທົບຈາກເງິນກູ້ທີ່ບໍ່ເກີດດອກອອກຜົນ ທີ່ອາດຈະເກີດຂື້ນ ກັບຍອດເງິນກູ້ທະນາຄານ ທີ່ຈະປ່ອຍກູ້ໃຫ້ກັບ MSME ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
ການສໍາມະນາໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ພ້ອມທັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ພາຍຫຼັງສິ້ນສຸດການສໍາມະນາຜູ້ເຂົ້າຮ່ວມຈະໄດ້ນໍາເອົາບັນດາຄວາມຮູ້ ແລະ ບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການເຮັດວຽກງານຂອງຕົນທີ່ຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.
————————————————
ໃຫ້ການສະໜັບສະໜູນໂດຍ: ໂຄງການເຂົ້າເຖິງແຫຼ່ງທຶນ ຂອງຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 (MSME A2F-ESR).