7 ນະໂຍບາຍ ທີ່ໄດ້ກຳນົດໃນແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແຕ່ 2016-2020
-
ນະໂຍບາຍສົ່ງເສີມການເພີ່ມຜະລິດຕະພາບ, ເຕັກໂນໂລຊີ ແລະ ນະວັດຕະກຳ;
-
ນະໂຍບາຍສົ່ງເສີມການເຂົ້າເຖິງແຫລ່ງທຶນ;
-
ນະໂຍບາຍສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ;
-
ນະໂຍບາຍເຂົ້າເຖິງ ແລະ ຂະຫຍາຍການຕະຫລາດ;
-
ນະໂຍບາຍສ້າງ ແລະ ພັດທະນາຜູ້ປະກອບກິດຈະ ການໃໝ່;
-
ນະໂຍບາຍສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງ ແລະ ດຳເນີນທຸລະກິດ;
-
ນະໂຍບາຍພາສີ-ອາກອນ ແລະ ດ້ານການເງິນ.
13 ກິດຈະການສົ່ງເສີມ ວນກ
-
ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ;
-
ການເຂົ້າຫາແຫຼ່ງທຶນ;
-
ນະໂບບາຍດ້ານພາສີ ແລະ ອາກອນ;
-
ການສ້າງ ແລະ ພັດທະນາຜູ້ປະກອບກິດຈະການ;
-
ການບໍລິການໃຫ້ຄຳປຶກສາພັດທະນາທຸລະກິດ;
-
ການຮ່ວມມືທຸລະກິດລະຫວ່າງ ວນກ ກັບວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດການລົງທຶນຂອງຕ່າງປະເທດ;
-
ການເພີ່ມຜະລິດຕະພາບ;
-
ການເຂົ້າເຖິງ ແລະ ຂະຫຍາຍຕະຫຼາດ;
-
ການຮ່ວມກຸ່ມທຸລະກິດ;
-
ສະຖານທີ່ປະກອບກິດຈະການ;
-
ການສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ກ້າວໜ້າ;
-
ການນຳໃຊ້ ແລະ ການປົກປ້ອງຊັບສິນທາງປັນຍາ;
-
ການສະໜອງ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ.